ເພື່ອເປັນການແນະນຳນັກສຶກສາຄົ້ນຄວ້າບັນຫາຕ່າງໆ (Issues) ຂອງຕົວເມືອງ ແລະ ຊົນນະບົດ ທີ່ມີ ຄວາມສົນໃຈພິເສດ ເພື່ອກຽມຄວາມພ້ອມພື້ນຖານໃຫ້ກັບການຂຽນບົດໂຄງການຈົບຊັ້ນ, ໂດຍເນັ້ນສຶກສາ ລັກສະນະສະເພາະຂອງປັນຫາ, ສາເຫດຂອງປັນຫາ, ຫຼັກການແກ້ໄຂ ຫຼື ທິດສະດີທີ່ກ່ຽວຂ້ອງທາງຜັງເມືອງ, ນິຕິກຳ ແລະ ໂຄງການ ຕົວຢ່າງທີ່ຄ້າຍຄືກັນ.

ເນື້ອໃນຂອງວິຊານີ້ເປັນການສຶກສາຮຽນຮູ້ກ່ຽວກັບປະຫວັດການຕັ້ງຖິ່ນຖານ ແລະ ການພັດທະນາຕົວເມືອງໃນແຕ່ລະໄລຍະຂອງກຳເນີດ ແລະ ການຂະຫຍາຍຕົວຂອງສັງຄົມລາວ ນັບຕັ້ງແຕ່ບຸຮານຈົນເຖິງປັດຈຸບັນ.


ແນະນຳກ່ຽວກັບຄວາມຮູ້ພື້ນຖານຂອງວຽກງານຜັງເມືອງ ໂດຍສະເພາະຄວາມຮູ້ກ່ຽວກັບການກຳເນີດ ແລະ ຂະຫຍາຍຕົວຂອງຕົວເມືອງ, ປັນຫາພື້ນຖານຂອງຕົວເມືອງ, ປັດໄຈທີ່ສົ່ງຜົນກະທົບຕໍ່ການປ່ຽນແປງ ແລະ ພັດທະນາຕົວເມືອງ, ຄວາມເຂົ້າໃຈເບື້ອງຕົ້ນກ່ຽວກັບວຽກງານຜັງເມືອງ, ຫຼັກການພື້ນຖານສຳລັບການສ້າງແຜນຜັງເມືອງ ແລະ ຫຼັກການພື້ນຖານກ່ຽວກັບການຈັດຕັ້ງປະຕິບັດແຜນຜັງເມືອງ, ການຄຸ້ມຄອງຕົວເມືອງ ແລະ ການຂໍອະນຸຍາດປຸກສ້າງ.


ວິຊານີ້ (ຫຼື ກຳລັງວັດສະດຸ) ສຶກສາກ່ຽວກັບໜ່ວຍແຮງ ແລະ ການປ່ຽນຮູບ, ຊິ້ນສ່ວນໂຄງສ້າງຮັບແຮງບິດ, ແຮງເຊື່ອນ ແລະ ໂມມັງກ່ອງໃນຄານ, ໜ່ວຍແຮງດັດ ແລະ ໜ່ວຍແຮງເຊື່ອນທີ່ເກີດຂື້ນໃນຄານ, ການກົ່ງຕົວຂອງຄານ, ຊິ້ນສ່ວນໂຄງສ້າງຮັບແຮງປະສົມ, ຄານປະກອບດ້ວຍວັດສະດຸແຕກ​ຕ່າງ​ກັນ, ຊິ້ນສ່ວນໂຄງສ້າງຮັບແຮງໜີບ, ຄານສະຖິດສາດເກີນ.